ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

4 ປະເທດ​ໃຫຍ່​ແມ່ນ​ແງ່​ຫວັງ​ເສດຖະກິດ​ເຕີບ​ໂຕ​ທົ່ວ​ໂລກ

     ວິທະຍຸ​ກະຈາຍສຽງ​ຫວຽດນາມ ລາຍ​ງານ​ວັນ​ທີ 11 ຕຸລາ 2023 ນີ້, ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ (WEO) ໄດ້​ປະກາດ​
ເມື່ອ​ວັນ​ທີ 10 ຕຸລາ, ເຊິ່ງ​ກອງ​ທຶນ​ເງິນຕາ​ສາກົນ (IMF) ໄດ້​ຫຼຸດ​ລະດັບ​ຄາດ​ຄະເນ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ປີ​ນີ້​​ມີ​ຫຼາຍ​ພື້ນຖານ​ເສດຖະ
ກິດ​ໃນ​ໂລກ. ມີ​ພຽງ​ບາງ​ພື້ນຖານ​ເສດຖະກິດ ຄື: ສ ອາ​ເມ​ຣິ​ກາ, ຍີ່ ປຸ່ນ, ອິນ​ເດຍ ແລະ ສ ຣັດ​ເຊຍ ແມ່ນ​ຝືນ​ກັບ​ທ່າ​ອ່ຽງ​ດັ່ງກ່າວ.

     ໃນ​ຂະນະ​ນັ້ນ, IMF ຄາດ​ຄະເນ​ວ່າ: ເສດຖະກິດ​ທົ່ວ​ໂລກ​ຈະ​ເຕີບ​ໂຕ 2,1% ໃນ​ປີ​ນີ້ ແລະ 1,5% ໃນ​ປີໜ້າ, ເພີ່ມ​ຂຶ້ນ​ຕາມ​ລຳດັບ​
ແມ່ນ 0,3 ແລະ 0,5% ເມື່ອ​ທຽບໃສ່​ການ​ຄາດ​ຄະເນ​ໃນ​ເດືອນ ກໍລະກົດ ຜ່ານ​ມາ ໃນ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ, IMF
ຄາດ​ຄະເນ​ເສດຖະກິດ ອາ​ເມ​ຣິ​ກາ ຈະ​ນັບ​ມື້​ນັບ​ມີ​ການ​ຜິດ​ດ່ຽງ​ຢ່າງ​ຈະແຈ້ງ ເມື່ອ​ທຽບໃສ່​ເຂດ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣ (Eurozone)
ຂະນະ​ທີ່​ພາກ​ພື້ນ​ນີ້​ບັນລຸ​ລະດັບ​ເຕີບ​ໂຕ​ພຽງ 0,7% ໃນ​ປີ​ນີ້.

     ໃນ​ກຸ່ມ​ບັນດາ​ປະເທດ​ອຸດສາຫະກຳ​ພັດທະນາ (G7), IMF ໄດ້​ຍົກ​ລະດັບ​ການ​ຄາດ​ຄະເນ​ດ້ານ​ເສດຖະກິດ ຍີ່ປຸ່ນ ດ້ວຍ​ການ​ເຕີບ​ໂຕ​
ຂຶ້ນ​ເຖິງ 2% ໃນ​ປີ​ນີ້, ຍ້ອນ​ຄວາມ​ຕ້ອງການ​ສະ​ສົມ, ເພີ່ມ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ຢູ່​ພາຍ​ໃນ​ປະເທດ ແລະ ສາກົນ ພ້ອມ​​ດ້ວຍ​ບັນດາ​
ນະໂຍບາຍ​ປັບ​ຕົວໃຫ້​ແທດເໝາະກໍ​ຄື​ການ​ຟື້ນ​ຟູ​ໃນ​ການເຄື່ອນໄຫວ​ສົ່ງ​ອອກ​ລົດ​ໂອ​ໂຕ ແລະ ລົດໄຟ​ຟ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/10/2023